ແຈ້ງການ

ຮຽກໃຫ້ລົດຍົນເຂົ້າຮັບການກວດສອບເພື່ອປ່ຽນຊິ້ນສ່ວນພາຍໃນ
ຊຸດຖົງລົມນິລະໄພ

ເນື່ອງຈາກກໍລະນີ ທີ່ອຸປະກອນຊຸດຖົງລົມນິລະໄພຂອງລົດຍົນ ຍິຫໍ້ ທາກາຕະ(TAKATA) ເຊິ່ງໃຊ້ປະກອບໃນລົດລຸ້ນຕ່າງໆ ຫລາຍຍິຫໍ້ ທົ່ວໂລກ ໄດ້ເກີດບັນຫາຂອງຊຸດສ້າງແຮງດັນແກ໊ສໃນຊຸດຖົງລົມນິລະໄພ ເມື່ອມີການລະເບີດຂອງອຸປະກອນຈາກການທໍາງານ ເຮັດໃຫ້ເສດຊິ້ນສ່ວນວັດສະດຸຕ່າງໆ ກະເດັນໃສ່ຜູ້ຊົມໃຊ້ລົດຍົນແລ້ວເກີດການບາດເຈັບ ຢ່າງຮຸນແຮງ ຫຼື ເຖິງຂັ້ນເສຍຊີວິດ (ເຫດການລັກສະນະນີ້ ແມ່ນໄດ້ເກີດຂື້ນທີ່ຕ່າງປະເທດ)  ເຊິ່ງຂະນະນີ້ທົ່ວໂລກໄດ້ມີການດໍາເນີນການຮຽກຄືນ ລົດຍົນທີ່ຢູ່ໃນຂ່າຍທີ່ຕ້ອງປ່ຽນຊິ້ນສ່ວນ ດັ່ງກ່າວ ຂອງລົດຍົນແຕ່ລະຄ້າຍໃນແຕ່ລະປະເທດແລ້ວ.

ລຸ້ນລົດທີ່ຢູ່ໃນຂ່າຍ ຕ້ອງໄດ້ປ່ຽນຊິ້ນສ່ວນໃນຊຸດຖົງລົມນິລະໄພ

CIVIC  ລຸ້ນປີ  2006-2010  

CR-V  ລຸ້ນປີ  2007-20013  

JAZZ / FIT  ລຸ້ນປີ  2005-2006 

ACCORD  ລຸ້ນປີ  2003-2006  

JAZZ / FIT  ລຸ້ນປີ  2010-2011 

ACCORD  ລຸ້ນປີ  2008-2012 

CITY  ລຸ້ນປີ  2003-2006  

CIVIC  ລຸ້ນປີ  2002-2008  

CITY  ລຸ້ນປີ  2009-2011  

ດັ່ງນັ້ນ, ທາງບໍລິສັດ ນິວຈິບເຊັງ ຈຳກັດ ເຊີ່ງເປັນ ຕົວແທນຈຳໜ່າຍລົດຍົນຍິຫໍ້ ຮອນດ້າ  ໃນ ສປປ ລາວ ມີຄວາມຫ່ວງໃຍຕໍ່ຜູ້ຊົມໃຊ້ຈຶ່ງໄດ້ອອກແຈ້ງການຮຽກໃຫ້ລົດຍົນເຂົ້າມາຮັບການບໍລິການກວດສອບ ເພື່ອປ່ຽນຊິ້ນສ່ວນພາຍໃນຊຸດຖົງລົມນິລະໄພ ເຊິ່ງເປັນມາດຕະການປ້ອງກັນ ແລະ ສ້າງຄວາມໝັ້ນໃຈໃນດ້ານຄວາມປອດໄພໃຫ້ກັບລູກຄ້າ   ໂດຍການແຈ້ງການຮຽກໃຫ້ລົດຍົນເຂົ້າມາຮັບການບໍລິການນີ້ ແມ່ນສາມາດເຂົ້າຮັບບໍລິການໄດ້ທີ່ ສູນບໍລິການສາຂາຕ່າງໆ ຂອງບໍລິສັດ (ທົ່ວປະເທດ) ອີງຕາມການນັດໝາຍໂດຍບໍ່ມີຄ່າໃຊ້ຈ່າຍໃດໆ.

ທ່ານສາມາດກວດສອບວ່າລົດຍົນຂອງທ່ານຢູ່ໃນຂ່າຍຕ້ອງໄດ້ເຂົ້າຮັບການບໍລິການດັ່ງກ່າວ ຫຼືບໍ່?  ໂດຍການໃສ່ຂໍ້ມູນຕາມ Link ປຸ່ມກົດດ້ານລຸ່ມນີ້:

ລູກຄ້າສາມາດຫາໝາຍເລກຕົວຖັງໄດ້ຈາກບ່ອນໃດ?

  • ໜັງສືທະບຽນລົດຍົນ
  •  ປຶ້ມຮັບປະກັນລົດຍົນ
  • ຕໍາແໜ່ງໝາຍເລກຕົວຖັງລົດຍົນໃນແຕ່ລະລຸ້ນ ອ້າງອີງຈາກຄູ່ມືຜູ້ໃຊ້ລົດຍົນ

     ສຳຫຼັບ ລູກຄ້າທີ່ສາມາດຕິດຕໍ່ໄດ້ ທາງຮອນດ້າຈະທໍາການແຈ້ງແລະນັດຫມາຍລູກຄ້າແຕ່ລະທ່ານ ເພື່ອໃຫ້ນໍາລົດທີ່ມີເລກຕົວຖັງ ຢູ່ໃນຂ່າຍທີ່ຕ້ອງໄດ້ຮັບການປ່ຽນຊິ້ນສ່ວນໃນຊຸດຖຸງລົມນິລະໄພ (TAKATA) ເຂົ້າມາຮັບບໍລິການປ່ຽນຊິ້ນສ່ວນຕາມທີ່ທາງຮອນດ້າໄດ້ກຳຫນົດຢູ່ແລ້ວ  ແຕ່ການກວດສອບໝາຍເລກດ້ວຍລະບົບນີ້ເປັນວິທີທີ່ສະດວກ ແລະ ວ່ອງໄວຫຼາຍ ລວມເຖິງໃນກໍລະນີທີ່ລູກຄ້າບາງທ່ານຕິດຕໍ່ບໍ່ໄດ້ ແລະ ໃນກໍລະນີທີ່ລູກຄ້າສົງໄສວ່າລົດຢູ່ໃນຂ່າຍທີ່ຕ້ອງປ່ຽນຊິ້ນສ່ວນ ຫຼືບໍ່?  ສາມາດໃສ່ໝາຍເລກຕົວຖັງລົດ ເພື່ອກວດສອບຂໍ້ມູນນີ້ໄດ້.

  1. ກໍລະນີລູກຄ້າທີ່ເປັນເຈົ້າຂອງລົດຍົນທີ່ເຂົ້າຂ່າຍການເຂົ້າຮັບບໍລິການປ່ຽນຊິ້ນສ່ວນດັ່ງກ່າວ ແລ້ວຍັງບໍ່ໄດ້ຮັບການປ່ຽນຊິ້ນສ່ວນໃນຊຸດຖຸງລົມນິລະໄພ  ໃຫ້ທຳການຕິດຕໍ່ ໂດຍການ ກົດປຸ່ມ ສອບຖາມ-ນັດຫມາຍ ແລ້ວທາງສູນບໍລິການຮອນດ້າຈະທຳການນັດຫມາຍກັບທາງລູກຄ້າຕາມຄວາມສະດວກຂອງແຕ່ລະທ່ານຕໍ່ໄປ
  2. ສຳຫຼັບການປ່ຽນຊິ້ນສ່ວນໃນຊຸດຖົງລົມນິລະໄພ ອ້າງອີງຂໍ້ມູນ ຕາມທີ່ເຄມເປນກຳຫນົດ ຈະບໍ່ມີຄ່າໃຊ້ຈ່າຍໃດໆ ທັງຫມົດ ທີ່ຮຽກເກັບກັບລູກຄ້າ
  3. ສຳຫຼັບ ລົດທີ່ເກີດ ອຸບັດຕິເຫດ ເຖິງຂັ້ນຖຸງລົມນິລະໄພແຕກມາແລ້ວ ບໍ່ສາມາດໃຊ້ ສິດຕາມເເຄມເປນນີ້ໄດ້

– ສູນບໍລິການຮອນດ້າ ສາຂາ ວັດໄຕ: 021 513 050 ກົດ 608 ຫຼື 020 56700915, 020 22212936.  

– ສູນບໍລິການຮອນດ້າ ສາຂາ ສະຫວັນນະເຂດ: 041 260018 ກົດ 2 ຫຼື 020 54285786.